5/7/54

ຄຳສັ່ງຈາກໃຈ

ໃຈສັ່ງມາດັ່ງນັ້ນ.........ໃຫ້ຮັກພຽງຍອດຊາຍ ຢ່າໄດ້ຄິດໝັ້ນໝາຍ....ໝື່ນຊາຍເຂົ້າມາກ້ຽວ ມີຊາຍດຽວຄົນນັ້ນ.......ສັມພັນກັນໝັ້ນແກ່ນ ສາຍແນນຝັ້ນໄວ້ແລ້ວ.ບໍ່ມີແຄ້ວຄາດກັນ...ດອກນາ ເຂົາຈະມີເງິນນ້ອຍ......ບໍລ້ຳຣວຍເງິນຄຳ ຈະຕ່ຳໂຕພຽງໃດ........ກໍໄຝ່ຝັນເອົາໄວ້ ໃຜວ່າເຂົາເປັນຮ້າຍ....ກາຍາດຳບໍ່ຜ່ອງ ຍັງນຶ່ງບໍ່ມີສອງ....ຮັບຮອງຮັກແຕ່ອ້າຍ....ໝາຍໝັນຢູ່ບໍ່ຄາຍ ມີມາກຊາຍຫຼາຍໜ້າ...ມາກຄ່າຄຸນຄວາມດີ ທີ່ສເນີຕໍ່ນາງ...............ເປີດທາງສັມພັນດ້ວຍ ກໍບໍ່ພອຍຄຳຍ້ອງ.........ຍໍມາເພື່ອຮັກໃຄ່ ໃຈຂ້ອຍມີຄົນດຽວ.......ບໍ່ຫຼຽວຫາອື່ນໄດ້...ໃຈນັ້ນໄດ້ສັ່ງມາ...ແລ້ວເດ ຟ້າຈະມືດຟ້າຈະແຈ້ງ..ແສງຕາເວັນຈະສູນ ຄູນທວີເງິນຄຳ............ບໍ່ອາຈກຳມາໄດ້ ໃຜນິນທາໃຜເຍີ້ຍ.......ບໍ່ເຄີຍຫຼົງໄປເຊື່ອ ຮັກເພື່ອໄວ້ໃຫ້ຊາຍ....ບໍ່ຍອມຄາຍອອກໄດ້...ໃຈນັ້ນສັ່ງຫາກສັ່ງມາ...ແລ້ວເດ ມີຮັກດຽວເທົ່ານີ້.........ຊີວີຍອມຖວາຍ ໝາຍຄູ່ຄຽງກາຍາ......ຊົ່ວຊີວາວາຍວອດ ກອດຮັກຊາຍຄຽງໝັ້ນ..ສັມພັນບໍ່ຂາດຫຼົ່ນ ບໍ່ມີຫົນທາງໃດ...ທີ່ແຍກໄປຈາກອ້າຍ...ຕາຍແລ້ວກໍບໍ່ວາງ...ດອກນາfrom...

4/7/54

ເລື່ອງດີໆທີ່ຢາກໃຫ້ທຸກຄົນໄດ້ອ່ານ

     ໝູ່ຂອງ​ຂ້ອຍ​ເປັນ​ຜູ້ຍິງ​ທຳ​ມະ​ດາໆຄົນໜຶ່ງ ລາວໜ້າຕາ​ດີ ​ເຮົາ​ຮຽນຈົບ​ໃນ​ຄະນະ​ດຽວກັນ ຫລັງ​ຈາກ​ຮຽນຈົບ​ມາ​ໄດ້​ປີກ​ວ່າໆ ຂ້ອຍ​ກໍ່​ໄດ້​ຮັບ​ກາດ​ເຊີນ​ໄປ​ງານ​ແຕ່ງ.      ວັນ​ແຕ່ງງານ​ຂອງ​ລາວ ລາວງົດງາມ​ແລະ​ສົດ​ໃສ​ເໝືອນ​ເດີມ ​ເບິ່ງ​ແລ້ວ ລາວຄົງຈະ​ພົບ​ເນື້ອ​ຄູ່​ຕາມ​ທີ່​ລາວໄດ້​ໄຝ່ຝັນ​ຢ່າງ​ແທ້​ຈິງ .. ເພື່ອນ​ໃນ​ກຸ່ມ​ຂອງ​ລາວເຖິງ​ກັບ​ຕາ​ຮ້ອນດ້ວຍ​ຄວາມ​ອິດສາ ຢາກ​ແຕ່ງງານ​ເໝືອນກັນກັບ​ລາວ.      ຜ່ານ​ໄປ​ໄດ້​ເກືອບ​ປີກ​ວ່າໆ ຂ້ອຍ​ກໍ່​ໄດ້​ຂ່າວ​ວ່າ​ລາວ​ໄດ້​ອອກລູກ​ແລ້ວ ພວກໝູ່​ເພື່ອນ​ລວມທັງ​ຂ້ອຍ ກໍ່​ໄດ້​ຕາມ​ໄປ​ເບິ່ງ​ລາວ​ຢູ່​ບ້ານ ລາວ​ຄົງ​ເປັນ​ຄົນ​ໂຊກ​ດີ​ຄົນໜຶ່ງທີ່​ຂ້ອຍ​ເຫັນ ​ເພາະ​ທັງ​ສາມີ​ແລະ​ຄອບ​ຄົວ​ຂອງ​ລາວ​ເບິ່ງ​ມີ​ຄວາມ​ສຸກກັນ​ຖ້ວນໜ້າ...

 
Powered by Blogger