5/7/54

ຄຳສັ່ງຈາກໃຈ



ໃຈສັ່ງມາດັ່ງນັ້ນ.........ໃຫ້ຮັກພຽງຍອດຊາຍ
ຢ່າໄດ້ຄິດໝັ້ນໝາຍ....ໝື່ນຊາຍເຂົ້າມາກ້ຽວ
ມີຊາຍດຽວຄົນນັ້ນ.......ສັມພັນກັນໝັ້ນແກ່ນ
ສາຍແນນຝັ້ນໄວ້ແລ້ວ.ບໍ່ມີແຄ້ວຄາດກັນ...ດອກນາ

ເຂົາຈະມີເງິນນ້ອຍ......ບໍລ້ຳຣວຍເງິນຄຳ
ຈະຕ່ຳໂຕພຽງໃດ........ກໍໄຝ່ຝັນເອົາໄວ້
ໃຜວ່າເຂົາເປັນຮ້າຍ....ກາຍາດຳບໍ່ຜ່ອງ
ຍັງນຶ່ງບໍ່ມີສອງ....ຮັບຮອງຮັກແຕ່ອ້າຍ....ໝາຍໝັນຢູ່ບໍ່ຄາຍ

ມີມາກຊາຍຫຼາຍໜ້າ...ມາກຄ່າຄຸນຄວາມດີ
ທີ່ສເນີຕໍ່ນາງ...............ເປີດທາງສັມພັນດ້ວຍ
ກໍບໍ່ພອຍຄຳຍ້ອງ.........ຍໍມາເພື່ອຮັກໃຄ່
ໃຈຂ້ອຍມີຄົນດຽວ.......ບໍ່ຫຼຽວຫາອື່ນໄດ້...ໃຈນັ້ນໄດ້ສັ່ງມາ...ແລ້ວເດ

ຟ້າຈະມືດຟ້າຈະແຈ້ງ..ແສງຕາເວັນຈະສູນ
ຄູນທວີເງິນຄຳ............ບໍ່ອາຈກຳມາໄດ້
ໃຜນິນທາໃຜເຍີ້ຍ.......ບໍ່ເຄີຍຫຼົງໄປເຊື່ອ
ຮັກເພື່ອໄວ້ໃຫ້ຊາຍ....ບໍ່ຍອມຄາຍອອກໄດ້...ໃຈນັ້ນສັ່ງຫາກສັ່ງມາ...ແລ້ວເດ

ມີຮັກດຽວເທົ່ານີ້.........ຊີວີຍອມຖວາຍ
ໝາຍຄູ່ຄຽງກາຍາ......ຊົ່ວຊີວາວາຍວອດ
ກອດຮັກຊາຍຄຽງໝັ້ນ..ສັມພັນບໍ່ຂາດຫຼົ່ນ
ບໍ່ມີຫົນທາງໃດ...ທີ່ແຍກໄປຈາກອ້າຍ...ຕາຍແລ້ວກໍບໍ່ວາງ...ດອກນາ

0 coments:

แสดงความคิดเห็น

 
Powered by Blogger